ແມ່ນໂປຣແກຣມສຳລັບທົດສອບເບິ່ງຜົນໄດ້ຮັບຂອງລະຫັດຄຳສັ່ງທີ່ຂຽນຂຶ້ນ
ດັ່ງນັ້ນໂປຣແກຣມ Browser ຈະຕ້ອງຮອງຮັບພາສາ Javascript ໃນລຸ້ນຕ່າງໆ ໃນປະຈຸບັນລະບົບປະຕິບັດການຈະມີໂປຣແກຣມ
browser ລຸ້ນໃໝ່ໆມາພ້ອມເຊັ່ນ Internet Explorer 6.0 ຢ່າງຕ່ຳ ເຊິ່ງສາມາດຮອງຮັບຄຳສັ່ງພາສາ
Javascript ໄດ້ເປັນຢ່າງດີ.
- ການຂຽນ
Javascript ໃນເວັບເພຈ.
ຄຳສັ່ງຕ່າງໆຂອງພາສາ Javascript ຕ້ອງຂຽນໄວ້ພາຍໃນ
tag <script> ແລະ tag ດັ່ງກ່າວຕ້ອງໄວ້ພາຍໃນ tag ພາສາ HTML ອີກ, ເພື່ອໃຫ້ໂປຣແກຣມ
Browser ສາມາດຈຳແນກຄຳສັ່ງພາສາທັງສອງອອກໄດ້ຢ່າງຖືກຕ້ອງ ຈິ່ງປະກາດ tag
ພາສາ Javascript ໂດຍມີຮູບແບບດັ່ງນີ້:
|
<script language= “Javascript”
src= “url”>
ຄຳສັ່ງຕ່າງໆ…
</script>
|
ເຮົາສາມາດຂຽນ Javascript ຮ່ວມກັບພາສາ
HTML ໄດ້ 2 ລັກສະນະຄື:
1.1.
Embedded
ເປັນການຂຽນສະຄຣິບໄວ້ພາຍໃນ
tag <head> ຫລື <body>
- ການຂຽນຄຳສັ່ງ Javascript ໄວ້ໃນ
tag <head> ເພື່ອໃຫ້ຊຸດຄຳສັ່ງ ແລະ ຟັງຊັນຕ່າງໆຖືກໂຫລດມາເກັບໄວ້ໃນໜ່ວຍຄວາມຈຳກ່ອນ
ເຮັດໃຫ້ສາມາດເອີ້ນໃຊ້ໄດ້ທັນທີ ມີວິທີການຂຽນດັ່ງນີ້
|
<html>
<head>
<title> new document </title>
<script
language="javascript">
........
</script>
</head>
<body>
...........
</body>
</html>
|
- ການຂຽນຄຳສັ່ງ Javascript ໄວ້ພາຍໃນ
tag <body> ຄຳສັ່ງ ແລະ ຟັງຊັນຈະຖືກໂຫລດມາໄວ້ຢູ່ໃນໜ່ວຍຄວາມຈຳກໍ່ຕໍ່ເມື່ອມີການເອີ້ນໃຊ້
ມີວິທີຂຽນດັ່ງນີ້:
No comments:
Post a Comment