ໃນການສ້າງໂຮມເພຈ
(Home page) ຫລື ເວັບເພຈ (Web page) ນັ້ນຜູ້ສ້າງຕ້ອງມີຄວາມຮູ້ພື້ນພາສາ
HTML ເຊິ່ງເປັນພາສາຫລັກສຳລັບການສ້າງເວັບເພຈ ແຕ່ວ່າການສ້າງເວັບເພຈໂດຍໃຊ້ພາສາ
HTML ພຽງຢ່າງດຽວຈະເຮັດໃຫ້ໄດ້ຜົນຮັບຄືເວັບເພຈໜ້າໜິ້ງ(static webpage) ທີ່ມີເນື້ອຫາໃນໜ້າເວັບບໍ່ມີການປ່ຽນແປງ
ແລະ ບໍ່ສາມາດໂຕ້ຕອບກັບຜູ້ຊົມໄດ້ ເຖິງວ່າຈະມີການນຳເອົາຮູບພາບ ຫລື ພາບເຄື່ອນໄຫວມາປະກອບໃສ່ກໍ່ເປັນພຽງຊ່ວຍໃຫ້ໜ້າເວັບມີຄວາມໜ້າສົນໃຈຂຶ້ນມາເລັກນ້ອຍເທົ່ານັ້ນ.
Javascript ເປັນພາສາສະຄຣິບທີ່ນຳສະເໜີຄວາມສາມາດຜ່ານໂປຣແກຣມ
web browser ເຊັ່ນ ສາມາດໂຕ້ຕອບກັບກັບຜູ້ໃຊ້ໄດ້ທັນທີດ້ວຍການໃຊ້ເມົ້າກົດ
ຫລື ປ້ອນຂໍ້ມູນລົງໃນ Form ເປັນຕົ້ນ.
- ຄວາມສາມາດຂອງ
Javascript
- ຊ່ວຍລຸດພາລະການເຮັດວຽກຂອງ
server ເພາະວ່າໂປຣແກຣມ web browser ສາມາດປະມວນຜົນເອງໄດ້.
- ສາມາດປ່ຽນຮູບແບບເວັບເພຈຈາກ
Static webpage ເປັນ Dynamic webpage ໃຫ້ສາມາດໂຕ້ຕອບກັບຜູ້ຊົມໄດ້.
- ມີກົນໄກການກວດສອບ,ການປຽບທຽບ,ການຕັດສິນໃຈ,ການປະມວນຜົນ
ແລະ ສາມາດສ້າງຟັງຊັນໄດ້.
- ມີລັກສະນະເປັນ interpreter
ແບບ text file ຝັງຢູ່ໃນເອກະສານ HTML ດັ່ງນັ້ນສາມາດເຮັດວຽກໃນ browser
ໄດ້ທັນທີ ໂດຍບໍ່ຕ້ອງມີຕົວແປພາສາອີກ.
- ຂໍ້ຈຳກັດຂອງ
Javascript
- ບໍ່ສາມາດຕິດຕໍ່ ຫລື ເຮັດວຽກທາງຝັ່ງ
server ເພື່ອເກັບຂໍ້ມູນລົງຖານຂໍ້ມູນໄດ້.
- ບໍ່ສາມາດໃຊ້ເພື່ອສ້າງ
interface ຫລື ສ່ວນສະແດງຜົນຕ່າງໆຂອງ web application ໄດ້ ດັ່ງນັ້ນຈິ່ງຕ້ອງອາໃສພາສາອື່ນ
ເຊັ່ນ ພາສາ HTML ສ່ວນ Javascript ແມ່ນໃຊ້ສຳລັບສ້າງການໂຕ້ຕອບກັບຜູ້ໃຊ້.
- Javascript ຈະເຮັດວຽກຕ່າງກັນໃນແຕ່ລະ
browser ເພາະວ່າໃນ browser ຕ່າງໆຈະໃຊ້ຕົວແປພາສາ Javascript ຂອງຕົນເອງສຳລັບອ່ານຄຳສັ່ງ
Javascript.
No comments:
Post a Comment